ພາກວິຊາວິທະຍາສາດຄອມພິວເຕີ
ສະພາບລວມຂອງພາກວິຊາ
ພາກວິຊາວິທະຍາສາດຄອມພິວເຕີແມ່ນຈັດຕັ້ງຂື້ນເພື່ອໃຫ້ການສຶກສາ ແລະ ຄວາມຊ່ວຍເຫຼືອໃຫ້ແກ່ນັກສຶກສາໃຫ້ເຂົ້າໃຈ ແລະ ນໍາໃຊ້ຄວາມຮູ້ກ່ຽວກັບຄອມພິວເຕີ ແລະ ຊອບແວຂອງພວກເຂົາ. ນັກສຶກສາໃຫມ່ຈະໄດ້ຮຽນຮູ້ພື້ນຖານເຊັ່ນການເຮັດວຽກຂອງຄວາມພິວເຕີ, ວິທີການສ້າງຊອບແວ, ວິທີປະຕິບັດ. ນັກສຶກສາຊັ້ນສູງໄດ້ຮຽນຮູ້ ແລະ ນໍາໃຊ້ຄວາມຮູ້ທາງດ້ານຄອມພິວເຕີ ແລະ ຄວາມຮູ້ຂອງຊອບແວຜ່ານແນວຄິດທີ່ມີເຫດຜົນ ແລະ ມີລະບົບ. ນອກຈາກນັ້ນ, ທາງພາກວິຊາຍັງໄດ້ດໍາເນີນໂຄງການພັດທະນາໂປຣແກມເພື່ອສະໜອງໂອກາດແກ່ນັກທຸລະກິດທີ່ມີຄວາມຮູ້ດ້ານວິຊາການທົ່ວໄປທັ່ງໃນ ແລະ ນອກວິທະຍາໄລເພື່ອຮຽນຮູ້ຂັ້ນສູງກ່ຽວກັບຄອມພິວເຕີທົ່ວໄປ ແລະ ນັກທຸລະກິດ.
ເປົ້າໝາຍຂອງການສຶກສາ
- ປູກຝັງຂອງວິສະວະກອນໄອທີຜູ້ທີ່ຈະຂັບເຄື່ອນວົງການໄອທີໃນອະນາຄົດຂອງ ສປປ ລາວ
- ກາຍໄປນັກວິສະວະກອນຊອບແວ (ນັກຂຽນໂປຣແກມ), ວິສະວະກອນຄອມພິວເຕີ, ແລະ ວິສະວະກອນລະບົບເຄື່ອຂ່າຍ
- ປູກຝັງຜູ້ມີພອນສະຫວັນດ້ວຍການແຂ່ງຂັນລະດັບສາກົນ
ວິຊາຫຼັກ
- ພາສາໂປຣແກມ
- ໂຄງສ້າງຂອງຄອມພິວເຕີ
- ອອກແບບກຣາຟິກ
- ການພັດທະນາຊອບແວ
- ການວິເຄາະລະບົບ ແລະ ໂຄງສ້າງຂໍ້ມູນ
- ຖານຂໍ້ມູນ
- ອອກແບບ ແລະ ພັດທະນາເວັບໄຊ
ສະຖານະພາບການຈ້າງງານ ແລະ ສະຖານະພາບການເຮັດວຽກຫຼັງຈາກຮຽນຈົບ
ຖ້າຫາກທ່ານຈົບຈາກພາກວິຊານີ້, ທ່ານຈະສາມາດເຮັດວຽກໃນຂົງເຂດຕ່າງໆເຊັ່ນເປັນນັກຂຽນຊອບແວ, ພະນັກງານບໍລິການເຄືອຂ່າຍຄອມພິວເຕີ ແລະ ຜູ້ປະກອບການຄອມພິວເຕີ. ແລະທ່ານຍັງສາມາດຮຽນຮູ້ການອອກແບບລະບົບຄອມພິວເຕີ ແລະ ການພັດທະນາໂດຍຜ່ານຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ.
ບັນດາອາຈານສອນ
ຫ້ອງສະແດງຮູບພາບ