Titleການແຂ່ງຂັນເວົ້າພາສາເກົາຫຼີສຳລັບຄົນລາວຄັ້ງທີ່ 12019-11-07 07:53:58
Writer Level 10

ວິທະຍາໄລ ລາວ-ເກົາຫຼີໄດ້ຈັດການແຂ່ງຂັ້ນເວົ້າພາສາເກົາຫຼີສຳລັບຄົນລາວຄັ້ງທີ່ 1 ຂື້ນໃນວັນທີ 15 ທັນວາ 2018 ທີ່ວິທະຍາໄລ ລາ່ວ-ເກົາຫຼີ, ພວກເຮົາໄດ້ຈັດການແຂ່ງຂັນໃນລະດັບ ວິທະຍາໄລ ແລະ ມັດທະຍົມສຶກສາ. ໃນການແຂ່ງຂັນຄັ້ງນີ້, ພວກເຮົາໄດ້ຮູ້ວ່າ ນັກສຶກສາ ແລະ ນັກຮຽນຫຼາຍໆຄົນມີທັກສະໃນການເວົ້າທີ່ເກັ່ງຫຼາຍ. ນັກສຶກສາທີ່ເຂົ້າຮ່ວມໃນຄັ້ງນີ້ແມ່ນມາຈາກພາກວິຊາພາສາເກົາຫຼີຂອງມະຫາວິທະຍາໄລແຫ່ງຊາດ ແລະ ຈາກພາກວິຊາພາສາເກົາຫຼີຂອງທາງວິທະຍາໄລ ລາວ-ເກົາຫຼີ, ນັກສຶກສາບາງຄົນແມ່ນໄດ້ຮັບຄະແນນທີ່ສູງຫຼາຍຈາກຄະນະກຳມະການ, ໃນທາງດຽວກັນ, ກໍ່ມີິນັກຮຽນທີ່ມາຈາກ ມັດທະຍົມຕອນປາຍທົ່ງປົ່ງ, ໂຮງຮຽນວຽງຈັນກລໍຣີ ແລະ ໂຮງຮຽນມັດທະຍົມແຫ່ງອື່ນໆກໍ່ໄດ້ສະແດງທັກສະທາງດ້ານການເວົ້າພາສາເກົາຫຼີຂອງພວກເຂົາໃນການແຂ່ງຂັນຄັ້ງນີ້ອີກດ້ວຍ.