Titleສະຖາບັນຝຶກອົບຮົມການແປພາສາ ລາວ-ເກົາຫຼີ (LKITI) 2023 ເລີ່ມແລ້ວ!!2023-06-07 06:53:38
Writer Level 10

ໃນເດືອນມັງກອນ ແລະ ເດືອນກຸມພາ ປີ 2023 ນີ້, ນັກສຶກສາຈາກສະຖາບັນຝຶກອົບຮົມການແປພາສາ ລາວ-ເກົາຫຼີ (LKITI) ໄດ້ໄປທີ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ ເພື່ອແປພາສາ. ນັກສຶກສາຈາກພາກວິຊາການສຶກສາພິເສດຂອງມະຫາວິທະຍາໄລກັງນຳ (Gangnam University) ຈາກປະເທດເກົາຫຼີ ແລະ ກຸ່ມອາສາສະໝັກຊາວໜຸ່ມ WFK (World Friends Korea) ແຫ່ງປະເທດລາວ ກໍ່ໄດ້ມາທີ່ນີ້ເຊັ່ນກັນ. ພວກເຮົາຍັງໄດ້ດໍາເນີນຫຼັກສູດການຮຽນ 5 ອາທິດ ແລະ ກິດຈະກໍານອກຫຼັກສູດອື່ນໆ ອີກດ້ວຍ. ໃນຄັ້ງນີ້, ນັກສຶກສາພາກວິຊາພາສາເກົາຫຼີ ຈາກວິທະຍາໄລ ລາວ-ເກົາຫຼີ ເຊີ່ງເປັນສ່ວນໜື່ງຂອງສະຖາບັນຝຶກອົບຮົມການແປພາສາ ລາວ-ເກົາຫຼີ (LKITI) ໄດ້ຊ່ວຍເຫຼືອນັກສຶກສາມະຫາວິທະຍາໄລຈາກເກົາຫຼີໃນການສື່ສານກັບຄົນພິການ. ໃນນັ້ນ, ພວກເຮົາໄດ້ມີການຈັດຫ້ອງຮຽນ, ກິດຈະກຳຕ່າງໆ, ມີການມ່ວນຊື່ນ, ຮ້ອງໄຫ້ ແລະ ມີເວລາທີ່ດີຮ່ວມກັນ. ແລະ ເມື່ອສີ້ນສຸດກິດຈະກຳ, ກໍ່ໄດ້ມີນ້ຳຕາແຫ່ງຄວາມຮັກແພງ, ຄວາມຂອບໃຈ ແລະ ຄວາມເສຍໃຈທີ່ຕ້ອງຈາກລາກັນລະຫວ່າງນັກຮຽນ ແລະ ບັນດາອາສາສະໝັກ. ພວກເຮົາ, ວິທະຍາໄລ ລາວ-ເກົາຫຼີມີ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ນັກ​ສຶກສາ​ພາກວິຊາພາສາ​ເກົາຫຼີ ທີ່​ໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມ​ເຊີຍ ​ແລະ ​ໄດ້​ເຂົ້າ​ຮ່ວມເປັນສ່ວນໜື່ງໃນການຊ່ວຍເປັນສື່ກາງການສື່ສານ​ໃນຄັ້ງນີ້ຢ່າງ​ກະຕືລືລົ້ນ​.