ພາກວີຊາພາສາອັງກິດ

ສະພາບລວມຂອງພາກວິຊາ

ພາກວິຊາພາສາອັງກິດແມ່ນພາກທໍາອິດທີ່ເປີດສອນຢູ່ໃນວິທະຍາໄລລາວ-ເກົາຫລີໃນປີ 2006. ພາກວິຊາພາສາອັງກິດສອນທັກສະພາສາອັງກິດທີ່ຈໍາເປັນໃຫ້ແກ່ນັກສຶກສາເພື່ອໃຫ້ມີຄວາມສາມາດໃນການແປພາສາ, ການຕີຄວາມໝາຍ ຫຼື ວຽກງານອື່ນໆທີ່ກ່ຽວຂ້ອງກັບພາສາອັງກິດໄດ້. ທັ້ງອາຈານຄົນອາເມລິກາ ແລະ ຄົນລາວກໍາລັງປະຕິບັດເພື່ອເຮັດໃຫ້ສີ່ງເຫຼົ່ານີ້ເປັນຈິງ.

 

ເປົ້າໝາຍຂອງການສຶກສາ
  • ເພື່ອຮັບປະກັນຄວາມສາມາດພື້ນຖານຂອງພາສາອັງກິດ
  • ປະກອບສ່ວນໃຫ້ແກ່ສັງຄົມ ແລະ ປະເທດຊາດໂດຍການສ້າງຄວາມສາມາດໃນການແປພາສາທັງພາສາອັງກິດ ແລະ ພາສາລາວ.
  • ແກ້ໄຂບັນຫາການສື່ສານທາງພາສາໂດຍການສ້າງຄວາມສາມາດໃນການແປພາສາທັງພາສາອັງກິດ ແລະ ພາສາລາວ.
  • ການຮັບປະກັນຄວາມສາມາດໃນການປະຕິບັດວຽກງານທີ່ກ່ຽວຂ້ອງກັບພາສາອັງກິດໂດຍການຝຶກຝົນໃຫ້ພວກເຂົາເຮັດວຽກໄດ້ຢ່າງຍືດຫຍຸ່ນໃນວຽກຕ່າງໆໃນສັງຄົມ

 

ວິຊາຫຼັກ
  • ພື້ນຖານພາສາອັງກິດ
  • ພາສາອັງກິດທົ່ວໄປ
  • ໄວຍະກອນອັງກິດ, ການອ່່ານ, ການຟັງ ແລະ ການເວົ້າ, ການຂຽນ, ການອອກສຽງ
  • ພາສາອັງກິດສຳລັບທຸລະກິດ
  • ພາສາອັງກິດສຳລັບການທ່ອງທ່ຽວ ແລະ ການແປ (ອັງກິດເປັນລາວ/ລາວເປັນອັງກິດ)

 

ສະຖານະພາບການຈ້າງງານ ແລະ ສະຖານະພາບການເຮັດວຽກຫຼັງຈາກຮຽນຈົບ

ບັນດານັກສຶກສາທີ່ຮຽນຈົບແມ່ນມີການເຮັດວຽກໃນທະນາຄານ, ຫ້ອງການຂອງລັດຖະບານ ແລະ ບໍລິສັດທົ່ວໄປ. ບັນດານັກສຶກສາທີ່ຈົບຈາກພາກວິຊາພາສາອັງກິດຈະມີການເຮັດວຽກໃນດ້ານການແປພາສາ, ການຄ້າ, ແລະ ການສຶກສາພາສາອັງກິດ.

 

ບັນດາອາຈານສອນ

 

ຫ້ອງສະແດງຮູບພາບ