ສະຖາບັນພາສາອັງກິດ

 

ສະຖາບັນພາສາອັງກິດໄດ້ດໍາເນີນການໂດຍເຈົ້າຂອງພາສາ, ຄົນເກົາຫຼີຜູ້ທີ່ມີປະສົບການຢ່າງຫຼວງຫຼາຍດ້ານການຮຽນການສອນພາສາອັງກິດ, ແລະ ອາຈານສອນຄົນລາວຜູ້ທີ່ໄດ້ຈົບຈາກພາກວິຊາພາສາອັງກິດຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ.

 

ຈຸດປະສົງຂອງການສ້າງຕັ້ງ
  • ເພື່ອສະຫນອງໂອກາດທາງດ້ານການຮຽນຮູ້ທີ່ເທົ່າທຽມກັນໂດຍການສະຫນອງການປ່ຽນແປງໃນການຮຽນພາສາອັງກິດໃນລາຄາຖືກ.
  • ເພື່ອຮຽນຮູ້ຂໍ້ມູນພາສາອັງກິດຕ່າງໆໄດ້ຢ່າງງ່າຍດາຍ ແລະ ວອງໄວ.
  • ເພື່ອສ້າງຄວາມຫມັ້ນໃຈໃນນັກສຶກສາໃນເວລາທີ່ມີການພົວພັນກັບເຈົ້າຂອງພາສາ ແລະ ຄົນຕ່າງປະເທດ.
  • ເພື່ອສະຫນັບສະຫນູນການພັດທະນາບຸກຄົນ ແລະ ປະເທດຊາດໂດຍການຮຽນພາສາອັງກິດ.

 

ລະດັບການສຶກສາ

 

  • ຫ້ອງກຽມພື້ນຖານ
    – ນັກຮຽນລະດັບປະຖົມທີ່ບໍ່ຮູ້ກ່ຽວກັບພາສາອັງກິດຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
    – ເລີ່ມຕົ້ນດ້ວຍການຮຽນຕົວອັກສອນພາສາອັງກິດ (A, B C), ພວກເຮົາສອນນັກຮຽນໂດຍການໃຊ້ວິດີໂອຫຼາກຫຼາຍ ແລະ ຫນ້າສົນໃຈທີ່ເປັນສຽງຂອງເຈົ້າຂອງພາສາໂດຍກົງ.
    – ຫ້ອງຮຽນນີ້ໃຫ້ການສຶກສາຟຣີສໍາລັບຊຸມຊົນໃກລ້ຄຽງ.
  • ຫ້ອງພື້ນຖານ
    – ນັກຮຽນທີ່ໄດ້ສໍາເລັດຫຼັກສູດກຽມພື້ນຖານ ຫຼື ຮຽນຢູ່ລະດັບມັດທະຍົມຕົ້ນແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
    – ຈະໄດ້ຮຽນພື້ນຖານກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.
    – ນໍາໃຊ້ອຸປະກອນການສອນດ້ວຍວິດີໂອທີ່ສຽງຂອງເຈົ້າຂອງພາສາເວົ້າ ແລະ ສາມາດເຂົ້າເຖີງສຽງຂອງເຈົ້າຂອງພາສາໄດ້ດີ.
  • ຫ້ອງພື້ນລະດັບກາງ
    – ນັກຮຽນທີ່ໄດ້ສໍາເລັດຫຼັກສູດຂັ້ນພື້ນຖານ ຫຼື ຮຽນຢູ່ລະດັບມັດທະຍົມປາຍແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
    – ຈະໄດ້ຮຽນລະດັບກາງກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.
  • ຫ້ອງພື້ນລະດັບສູງ
    – ນັກຮຽນທີ່ໄດ້ສໍາເລັດຫຼັກສູດລະດັບກາງ ຫຼື ສຶກສາຢູ່ລະດັບວິທະຍາໄລແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
    – ຈະໄດ້ຮຽນລະດັບສູງກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.